ເປັນຫຍັງຈື່ງຮ່ວມງານກັບພວກເຮົາ?
ຮ່ວມເປັນສ່ວນໜຶ່ງຂອງການສ້າງມາດຕະຖານໃໝ່ ໃຫ້ກັບວົງການສາທາລະນະສຸກ.
ທີ່ One Medical Center, ພວກເຮົາບໍ່ໄດ້ເປັນພຽງສະຖານທີ່ເຮັດວຽກ, ແຕ່ພວກເຮົາແມ່ນສູນລວມຂອງບຸກຄະລາກອນທີ່ມຸ່ງໝັ້ນຈະຍົກລະດັບການບໍລິການທາງດ້ານການແພດໃນ ສປປ ລາວ ໃຫ້ກ້າວສູ່ລະດັບສາກົນ. ພວກເຮົາໃຫ້ຄວາມສຳຄັນກັບ "ຄວາມປອດໄພຂອງຄົນເຈັບ" ແລະ "ຄຸນນະພາບຂອງການບໍລິການ" ເປັນອັນດັບໜຶ່ງ. ການຮ່ວມງານກັບພວກເຮົາ ຈະເຮັດໃຫ້ທ່ານໄດ້ເຮັດວຽກໃນສະພາບແວດລ້ອມທີ່ທັນສະໄໝ, ມີລະບົບການຄຸ້ມຄອງທີ່ເປັນມືອາຊີບ ແລະ ເປີດໂອກາດໃຫ້ທ່ານໄດ້ໃຊ້ຄວາມຮູ້ຄວາມສາມາດຂອງທ່ານຢ່າງເຕັມສ່ວນ ເພື່ອສ້າງປະໂຫຍດໃຫ້ກັບສັງຄົມ.