ທີ່ ສູນການແພດ ວັນ (One Medical Center), ພວກເຮົາຕະໜັກດີວ່າ ແຕ່ລະອົງກອນລ້ວນແຕ່ມີຄວາມສ່ຽງທີ່ແຕກຕ່າງກັນ. ດ້ວຍເຫດນັ້ນ, ຫຼັກສູດການປະຖົມພະຍາບານ ແລະ ການຟື້ນຄືນຊີບ (CPR) ຂອງພວກເຮົາຈຶ່ງຖືກອອກແບບມາເປັນພິເສດ ເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມຕົວຈິງໃນອົງກອນຂອງທ່ານ ໂດຍບໍ່ແມ່ນພຽງແຕ່ການຝຶກອົບຮົມຕາມຮູບແບບທົ່ວໄປ.
ການຝຶກອົບຮົມຂອງພວກເຮົາ ແມ່ນດຳເນີນໂດຍ ຄູຝຶກທີ່ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ, ເຊິ່ງພ້ອມທີ່ຈະນຳເອົາວິທະຍາການມາດຕະຖານມາຖ່າຍທອດໃຫ້ແກ່ທີມງານຂອງທ່ານໂດຍກົງ. ດ້ວຍເນື້ອໃນທີ່ອ້າງອີງຕາມຫຼັກການຊ່ວຍຊີວິດສາກົນ (International Protocols), ທ່ານສາມາດໝັ້ນໃຈໄດ້ວ່າ ທຸກການຝຶກອົບຮົມແມ່ນກົງກັບມາດຕະຖານທີ່ຂະແໜງການຂອງທ່ານຕ້ອງການ ເພື່ອຄວາມປອດໄພສູງສຸດ ແລະ ສອດຄ່ອງກັບລະບຽບການຄຸ້ມຄອງຂອງອັງກອນທ່ານ
ທຸລະກິດຂອງທ່ານ ຈັດຢູ່ໃນຂະແໜງອຸດສາຫະກຳໃດ?