020 99 332 291 | Dongnathong Village, Sikhottabong District, Vientiane, Laos

ຂໍ້ຄວາມຈາກປະທານບໍລິຫານ

ບໍລິສັດ ຫຼັກໄຊ ການລົງທຶນ ຈໍາກັດຜູ້ດຽວ

Chairman

ທ່ານ ຄຳໄຊ ບຸນມີສີດາວົງ

ປະທານບໍລິຫານ

ບໍລິສັດ ຫຼັກໄຊ ການລົງທຶນ ຈໍາກັດຜູ້ດຽວ

ບໍລິສັດ ຫຼັກໄຊ ການລົງທຶນ ຈໍາກັດຜູ້ດຽວໄດ້ສ້າງຮາກຖານມາຈາກຄວາມມຸ່ງໝັ້ນໃນການພັດທະນາອະສັງຫາລິມະຊັບ ແລະການກໍ່ສ້າງ ເຊິ່ງເປັນຂະແໜງການທີ່ຊ່ວຍສ້າງໂຄງລ່າງພື້ນຖານ ແລະຂັບເຄື່ອນເສດຖະກິດຂອງຊາດ. ໃນມື້ນີ້, ພວກເຮົາມີຄວາມພາກພູມໃຈທີ່ຈະຂະຫຍາຍວິໄສທັດໄປສູ່ຂະແໜງສາທາລະນະສຸກ, ເພາະພວກເຮົາເຊື່ອວ່າ "ສຸຂະພາບທີ່ດີຄືພື້ນຖານຂອງຄວາມເຂັ້ມແຂງໃນທຸກດ້ານ."

ການລົງທຶນໃນ ສູນການແພດ ວັນ ເມດີຄໍ ແອນ ເວວເນັດ ເຊັນເຕີຖືເປັນບາດກ້າວສຳຄັນ ໃນການຍົກລະດັບສຸຂະພາບຂອງທຸກຄົນ. ສໍາລັບພວກເຮົາແລ້ວ, ການພັດທະນາສັງຄົມຈະບໍ່ສາມາດສົມບູນແບບໄດ້ຫາກປາສະຈາກການເບິ່ງແຍງສຸຂະພາບທີ່ດີ. ໃນຂະນະທີ່ການກໍ່ສ້າງຊ່ວຍສ້າງບ້ານແປງເມືອງໃຫ້ສວຍງາມ, ຄຽງຄູ່ກັບການບໍລິການສາທາລະນະສຸກແມ່ນສິ່ງທີ່ຈະ ປົກປ້ອງ ແລະ ເສີມສ້າງ "ຄຸນນະພາບຊີວິດ" ເຊິ່ງເປັນຊັບສິນທີ່ມີຄ່າທີ່ສຸດຂອງພວກເຮົາທຸກຄົນ.

ພວກເຮົາເຊື່ອໝັ້ນວ່າ ການລົງທຶນໃນດ້ານສຸຂະພາບແມ່ນການວາງຮາກຖານເພື່ອຄວາມຍືນຍົງຂອງຊາດ. ການບໍລິການທາງການແພດທີ່ໄດ້ມາດຕະຖານບໍ່ພຽງແຕ່ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນທຸກມິຕິ, ແຕ່ຍັງເປັນການສົ່ງເສີມໃຫ້ທຸກຄອບຄົວມີຄຸນນະພາບຊີວິດທີ່ດີ ແລະມີຄວາມພ້ອມໃນການຮ່ວມສ້າງສາພັດທະນາບ້ານເມືອງໄປພ້ອມໆກັນ.

ຍຸດທະສາດການລົງທຶນຂອງພວກເຮົາ ໄດ້ສຸມໃສ່ 3 ເສົາຫຼັກສໍາຄັນດັ່ງນີ້:

1

ການພັດທະນາໂຄງລ່າງພື້ນຖານທາງຍຸດທະສາດ:

ມຸ່ງເນັ້ນການສ້າງສະຖານທີ່ບໍລິການທີ່ທັນສະໄໝ, ປອດໄພ ແລະຢຶດຖືຄົນເຈັບເປັນສູນກາງ ໂດຍການນຳໃຊ້ເຕັກໂນໂລຊີທາງການແພດທີ່ກ້າວໜ້າແລະ ລະບົບການບໍລິຫານຈັດການທີ່ມີປະສິດທິພາບ.

2

ຄວາມເປັນເລີດດ້ານຊັບພະຍາກອນມະນຸດ:

ບົ່ມສ້າງ ແລະພັດທະນາບຸກຄະລາກອນທາງການແພດ ໃຫ້ມີຄວາມຊ່ຽວຊານສູງ, ຢຶດໝັ້ນໃນຈັນຍາບັນວິຊາຊີບ ແລະ ເຕັມເປ່ຽມດ້ວຍຫົວໃຈແຫ່ງການບໍລິການ.

3

ການເຕີບໂຕຢ່າງມີສ່ວນຮ່ວມ ແລະ ຍືນຍົງ:

ສົ່ງເສີມການເຂົ້າເຖິງການບໍລິການທາງການແພດທີ່ໜ້າເຊື່ອຖືໃຫ້ແກ່ທຸກຊັ້ນຄົນໃນສັງຄົມຢ່າງທົ່ວເຖິງ ແລະ ເທົ່າທຽມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນໄລຍະຍາວ.

ໃນຖານະນັກລົງທຶນ, ພວກເຮົາມີວິໄສທັດທີ່ກວ້າງໄກກວ່າການສ້າງກຳໄລໃນໄລຍະສັ້ນ. ຄວາມສໍາເລັດທີ່ແທ້ຈິງຂອງພວກເຮົາ ວັດແທກໄດ້ຈາກ "ຊຸມຊົນທີ່ມີສຸຂະພາບດີ, ຄອບຄົວທີ່ອົບອຸ່ນ ແລະ ຄຸນນະພາບຊີວິດທີ່ດີຂຶ້ນຂອງປະຊາຊົນ."

ບໍລິສັດ ຫຼັກໄຊ ການລົງທຶນ ຈໍາກັດຜູ້ດຽວຈະຍັງຄົງມຸ່ງໝັ້ນປະກອບສ່ວນເຂົ້າໃນການພັດທະນາຊາດ ບໍ່ພຽງແຕ່ຜ່ານການສ້າງອາຄານທີ່ເຂັ້ມແຂງ, ແຕ່ແມ່ນການຮ່ວມສ້າງອະນາຄົດທີ່ສົດໃສ ແລະສຸຂະພາບທີ່ແຂງແຮງໃຫ້ແກ່ສັງຄົມລາວຂອງພວກເຮົາ.

ຂໍ້ຄວາມຈາກຜູ້ອໍານວຍການ

ສູນການແພດ ວັນ ເມດີຄໍ ແອນ ເວວເນັດ ເຊັນເຕີ

ຍິນດີຕ້ອນຮັບຈາກຜູ້ອໍານວຍການ

CEO

ທ່ານ ຕຸ້ມຄຳ ພວງມະຈັນ

ຜູ້ອໍານວຍການ

ສູນການແພດ ວັນ ເມດີຄໍ ແອນ ເວວເນັດ ເຊັນເຕີ

ທີ່ ສູນການແພດ ວັນ ເມດີຄໍ ແອນ ເວວເນັດ ເຊັນເຕີ, ພວກເຮົາເຊື່ອໝັ້ນວ່າການເບິ່ງແຍງສຸຂະພາບທີ່ແທ້ຈິງ ແມ່ນເປັນຫຼາຍກວ່າການປິ່ນປົວພະຍາດ ແຕ່ແມ່ນການຍົກລະດັບສຸຂະພາບບັນດາພົນລະເມືອງໃຫ້ດີຂຶ້ນໃນທຸກມິຕິຂອງຊີວິດ. ບໍ່ວ່າຈະເປັນໃນອົງກອນ, ທີ່ພັກອາໄສ, ຕະຫຼອດຮອດສະຖາບັນການສຶກສາ, ພາລະກິດອັນສຳຄັນຂອງພວກເຮົາ ແມ່ນການຮ່ວມສ້າງສັງຄົມທີ່ແຂງແຮງ ແລະສ້າງຮາກຖານສຸຂະພາບທີ່ດີ ໃຫ້ແກ່ຊຸມຊົນແບບຍືນຍົງ.

ພວກເຮົາມຸ່ງໝັ້ນທີ່ຈະມອບການບໍລິການດ້ານສາທາລະນະສຸກທີ່ຄົບວົງຈອນເພື່ອຮອງຮັບທຸກຊ່ວງໄວຂອງຊີວິດ ທີມີລັກສະນະຈໍາເພາະ. ຜ່ານການບໍລິການການປິ່ນປົວດ້ານການແພດເນັ້ນຄອບຄົວ, ຊຽ່ວຊານເດັກ, ຊ່ຽວຊານພະຍາດຍິງ ແລະການບໍລິການ ເຈັບປ່ວຍ ໃນຍາມສຸກເສີນ, ພວກເຮົາພ້ອມທີ່ຈະມອບການເບິ່ງແຍງທີ່ຕໍ່ເນື່ອງ ແລະ ໄດ້ມາດຕະຖານເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທຸກຄົນໃນຄອບຄົວ.

ການກວດສຸຂະພາບແບບປ້ອງກັນ, ການບົ່ງມະຕິພະຍາດໃນໄລຍະເລີ່ມຕົ້ນ, ຕະຫຼອດຮອດການໃຫ້ຄວາມຮູ້ ແລະ ຄຳປຶກສາດ້ານສຸຂະພາບແມ່ນຫົວໃຈສຳຄັນຂອງພວກເຮົາ ເພາະພວກເຮົາເຊື່ອໝັ້ນວ່າ 'ການປ້ອງກັນຄືຮາກຖານສໍາຄັນຂອງສຸຂະພາບທີ່ດີ'

ພາລະກິດຫຼັກຂອງພວກເຮົາ:

ສຸຂະພາບໃນບ່ອນເຮັດວຽກ:

ພວກເຮົາໄດ້ສ້າງສາຍພົວພັນ ແລະຮ່ວມມືຢ່າງໃກ້ຊິດກັບບັນດາຫົວໜ່ວຍທຸລະກິດ, ໂຮງງານ ແລະ ສະຖາບັນຕ່າງໆເພື່ອພັດທະນາໂຄງການເບິ່ງແຍງສຸຂະພາບແບບຄົບວົງຈອນທີ່ຕອບໂຈດຄວາມຕ້ອງການສະເພາະດ້ານຂອງອົງກອນ. ເພາະພວກເຮົາເຊື່ອໝັ້ນວ່າ 'ພະນັກງານທີ່ມີສຸຂະພາບດີຄືພະລັງຂັບເຄື່ອນອັນສຳຄັນຂອງອົງກອນທີ່ເຂັ້ມແຂງ.'

ສຸຂະພາບນັກຮຽນ ແລະ ເຍົາວະຊົນ:

ພວກເຮົາໃຫ້ຄວາມສຳຄັນ ຕໍ່ການບົ່ມສ້າງສຸຂະສຶກສາພາກປະຕິບັດແກ່ ນັກຮຽນແລະ ເຍົາວະຊົນຍຸກໃໝ່ໂດຍເນັ້ນການໃຫ້ຄວາມຮູ້ ແລະ ການເບິ່ງແຍ່ງແບບປ້ອງກັນ. ການມີສຸຂະພາບທີ່ດີຄືຈຸດເລີ່ມຕົ້ນຂອງການເຕີບໃຫຍ່ເປັນຜູ້ນຳທີ່ມີຄຸນນະພາບ.

ການເຂົ້າເຖິງທີ່ເທົ່າທຽມ:

ພວກເຮົາເຂົ້າໃຈດີວ່າການບໍລິການສາທາລະນະສຸກຕ້ອງເປັນສິ່ງທີ່ເຂົ້າເຖິງໄດ້ທຸກຊັ້ນຄົນ, ພວກເຮົາໄດ້ອອກແບບການບໍລິການໃຫ້ມີຄວາມຫຼາກຫຼາຍ ແລະເໝາະສົມກັບທຸກລະດັບ. ການບໍລິການທີ່ມີຄຸນນະພາບບໍ່ຄວນຖືກຈຳກັດດ້ວຍອຸປະສັກທາງດ້ານການເງິນ.

ຄວາມພາກພູມໃຈ ແລະ ຄວາມເຂັ້ມແຂງຂອງພວກເຮົາຄືທີມງານບຸກຄະລາກອນທາງການແພດທີ່ມີຄວາມຮູ້ຄວາມສາມາດ ແລະມີຄວາມຊ່ຽວຊານສູງ. ພວກເຮົາບໍ່ເຄີຍຢຸດທີ່ຈະພັດທະນາທີມການແພດ, ພະຍາບານແລະ ຊ່ຽວຊານທຸກພາກສ່ວນ ທີ່ຮ່ວມງານເພື່ອໃຫ້ມີຄວາມພ້ອມໃນການມອບການບໍລິການທີ່ທັນສະໄໝ, ປອດໄພ. ດ້ວຍຄວາມຊື່ສັດ ແລະ ການໃຫ້ກຽດເຊິ່ງກັນແລະກັນພາຍໃນອົງກອນ, ແລະ 'ຄວາມເປັນມິດແລະເຊື່ອຫມັ້ນທີ່ດີລະຫວ່າງທີມງານການແພດ ແລະ ຄົນເຈັບ' ແມ່ນຫົວໃຈສຳຄັນທີ່ຈະນຳໄປສູ່ການຮັກສາທີ່ມີປະສິດທິພາບທີ່ສຸດ.

ສິ່ງທີ່ສຳຄັນທີ່ສຸດ, ພວກເຮົາເຊື່ອວ່າຄວາມໄວ້ວາງໃຈແມ່ນເກີດຂຶ້ນຈາກການຮັບຟັງ. ພວກເຮົາຂໍເຊີນຊວນທຸກພາກສ່ວນໃນຊຸມຊົນ ບໍ່ວ່າຈະເປັນພະນັກງານ, ຄອບຄົວ, ນັກຮຽນ ແລະ ຄູ່ຮ່ວມງານ ຮ່ວມແບ່ງປັນຄຳຄິດເຫັນ ແລະເຮັດວຽກຮ່ວມກັບພວກເຮົາ. ສຽງຂອງທຸກທ່ານຈະຊ່ວຍໃຫ້ພວກເຮົາພັດທະນາ, ສ້າງສັນນະວັດຕະກຳ ແລະ ຍົກລະດັບມາດຕະຖານໃຫ້ສູງຂຶ້ນ.

ທີ່ ສູນການແພດ ວັນ ເມດີຄໍ ແອນ ເວວເນັດ ເຊັນເຕີ, ພວກເຮົາບໍ່ພຽງແຕ່ໃຫ້ການບໍລິການທາງການແພດເທົ່ານັ້ນ, ແຕ່ພວກເຮົາມຸ່ງໝັ້ນທີ່ຈະສ້າງ "ວັດທະນະທຳແຫ່ງສຸຂະພາບ" ຈາກບ່ອນເຮັດວຽກສູ່ບ້ານເຮືອນ, ຈາກບຸກຄົນສູ່ຊຸມຊົນ ແລະເພື່ອຮ່ວມກັນສ້າງອະນາຄົດທີ່ເຂັ້ມແຂງ ແລະໃຫ້ທຸກຄົນມີສຸຂະພາບທີ່ດີຢ່າງທົ່ວເຖິງແບບຍືນຍົງ.